เนื้อเพลง ແພງອ້າຍ ( แพงอ้าย )
Nutdao :
 ນ້ອງກໍ່ຢູ່ຄົນດຽວມາດົນ ບໍ່ມີຊາຍຄົນໃດເຂົ້າມາ
 ຫຼືມັນເປັນເພາະໂຊກຊະຕາ ທີ່ນຳພາເຮົາພົບກັນ
 ເຫັນອ້າຍຢູ່ຄົນດຽວແບບນີ້ ຫວັງວ່າແຟນອ້າຍຄົງບໍ່ມີ
 ແລະມົນຄົງເປັນເລື່ອງທີ່ດີລະ ທີ່ເຮົາໄດ້ພົບກັນ
ຄືຊິດີເນາະ
 ຮັກອ້າຍມັນຄືຊິດີເນາະ
 ມີເຮົາສອງຄົນເປັນແມ່ພໍ່
 ໜຶ່ງເລື່ອງທີ່ຢາກຈະຂໍນ້ອງກໍ່ຂໍພຽງເທົ່ານີ້
 ຄືຊິນຸ້ມເນາະ
 ແກ້ມອ້າຍມັນຄືຊິນຸ້ມເນາະ
 ໄດ້ກອດອ້າຍຄືຊິອຸ່ນເນາະ
 ທີ່ເວົ້າມານີ້ກໍ່ເພາະວ່າຢາກໄດ້ເຈົ້າມາເປັນແຟນ
ຄັນອ້າຍຮັກນ້ອງຈະໃຫ້ຫອມ
 ຄັນອ້າຍຫອມນ້ອງຈະໃຫ້ກອດ
 ຄັນອ້າຍກອດນ້ອງພ້ອມຈະບອກ
 ວ່າຮັກອ້າຍນັ້ນຕະຫຼອດເວລາ
 ນ້ອງຄົນນີ້ຍັງບໍ່ມີໃຜ
 ຢາກໃຫ້ອ້າຍມາຄຽງຂ້າງກາຍ
 ຢູ່ດ້ວຍກັນແລ້ວສຸກສະບາຍ
 ເວລາເຫງົາໃຈເຮົາມາກອດກັນ
SOPHANA :
 ຄັນໄດ້ຮັກແລ້ວຊິຖະໜອມ
 ຄັນໄດ້ຫອມແລ້ວອ້າຍຊິແພງ
 ເພາະວ່າເຈົ້າຄືຄົນອ້າຍແຍງ
 ແລະຊິຮັກແພງນ້ອງຫຼ້າຄົນງາມ
 ຄັນຫາກເຈົ້າບໍ່ທັນມີໃຜ
 ຢາກມີຄົນມາຄຽງຂ້າງກາຍ
 ເປັນແບບນັ້ນມາຢູ່ກັບອ້າຍ
 ເວລາເຫງົາໃຈເຮົາມາກອດກັນ
Mint
 ນ້ອງນີ້ກະໂສດກະໂສດມາເປັນປີ ໄດ້ຄົບກັບອ້າຍຄົນນີ້ກໍ່ຄົງດີ
 ນ້ອງມັກທີ່ຈິດໃຈນິໄສດີ ແລະມັນຄົງສຸກໃຈຖ້າອ້າຍເປັນສາມີ
Mild
 ຢາກຢອກກະຢ້ານອ້າຍບໍ່ສົນ
 ຢາກວົນກະຢ້ານອ້າຍບໍ່ເວົ້າ
 ເປັນຄວາມປະສົງຂອງສອງເຮົາ
 ອີ່ແມ່ກະເອົາຄ່າດອງບໍ່ຫຼາຍ
 ຢາກໃຫ້ອ້າຍມາຖາມ ນ້ອງນັ້ນບໍ່ທັນມີໃຜ
 ໝົດສີ່ຫ້ອງຫົວໃຈ ຈະເກັບເອົາໄວ້ໃຫ້ອ້າຍຜູ້ດຽວ ( ຊຳ້ hook )
แบกื BiGYAI
 ແບກຶກະຮັກເປັນນຳເຂົາຢູ່ເດ
 ຖ້າອ້າຍໄດ້ຄົບກັບເຈົ້າສັນຍາວ່າຊິບໍ່ເທ
 ຊິບໍ່ໄປໃສ ຊິບໍ່ປ່ຽນໃຈ
 ຊິກອດເອົາໄວ້ ແບບນີ້ທຸກຄືນ
ผมฮักแท้นะ ไม่ได้ขี้ตั๋ว
 มาลองคบกับผมโลดถ้าบ่เชื่อ
 ความรักผมมีเหลือๆ
 เก็บเอาไว้เพื่อให้น้องผู้เดียว
 คั่นได้ฮัก คั่นได้ฮัก อ้ายสิแทง!
 คั่นได้แพง คั่นได้แพง อ้ายสิเว้า
 ว่าเป็นจั่งได๋กะมีแต่เจ้า
 มีเฮาสองคนตลอดไป ( ຊຳ້ hook )
